Green City Action Plan, Vientiane Capital 2023 – 2030 (Lao Version)

November 13, 2024

ແນວຄວາມຄິດ “ຕົວເມືອງສີຂຽວ” ແມ່ນມີຄວາມເໝາະສົມທີ່ສຸດໃນການແກ້ໄຂບັນຫາສິ່ງທ້າທາຍ ແລະ ຊຸກຍູ້ໃຫ້ຕົວເມືອງ ໃຫ້ມີການພັດທະນາໄປຕາມທິດສີຂຽວຍືນຍົງ ທີ່ບໍ່ພຽງແຕ່ສົ່ງເສີມການເຕີບໂຕທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງຊ່ວຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ມົນລະພິດ, ຫຼຸດຜ່ອນສິ່ງເສດເຫຼືອ, ສົ່ງເສີມການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບ, ປົກປັກຮັກສາລະບົບນິເວດ ແລະ ຊີວະນາໆພັນໃຫ້ມີຄວາມຍືນຍົງ. ດັ່ງນັ້ນ,ນະຄອນຫຼວງວຽງຈັນ ຈຶ່ງໄດ້ສ້າງ “ແຜນຈັດຕັ້ງປະຕິບັດຕົວເມືອງສີຂຽວ (GCAP)” ສະບັບນີ້ຂຶ້ນ, ເພື່ອແນໃສ່ການພັດທະນາ ນະຄອນຫຼວງວຽງຈັນ ໃຫ້ມີຄວາມຍືນຍົງ ໂດຍການກໍານົດເອົາວິໄສທັດຕົວເມືອງສີຂຽວ, ເປົ້າໝາຍຍຸດທະສາດ, ຂົງເຂດບູລິມະສິດການພັດທະນາຕົວເມືອງສີຂຽວ ແລະ ໜ້າວຽກບູລິມະສິດໃນການຈັດຕັ້ງປະຕິບັດ ລວມເຖິງບັນດາໂຄງການທີ່ ນະຄອນຫຼວງວຽງຈັນ ຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ນັບແຕ່ມື້ຮັບຮອງແຜນຈັດຕັ້ງປະຕິບັດຕົວເມືອງສີຂຽວ ສະບັບນີ້ ຈົນເຖິງປີ 2030.

Thematic Areas

Country