ບົດແນະນໍາດ້ານນະໂຍບາຍເພື່ອຢຸດເຊົາ ການນໍາໃຊ້ຍານພາຫະນະນໍ້າມັນເຊື້ອໄຟ (ICE) ສໍາລັບ ສປປ ລາວ ຮອດປີ 2050
December 16, 2025
Category
ບົດແນະນໍານະໂຍບາຍນີ້ມີຈຸດປະສົງເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການອອກແບບກົນໄກນະໂຍບາຍ ເພື່ອ
ຢຸດເຊົາການນໍາໃຊ້ຍານພາຫະນະນໍ້າມັນເຊື້ອໄຟ (ICEV) ໂດຍໄດ້ເນັ້ນໜັກໃຫ້ເຫັນສະພາບປັດຈຸບັນຂອງການຂົນສົ່ງ ແລະ ສະຖິຕິ
ຍານພາຫະນະໃນ ສປປ ລາວ, ຄວາມພະຍາຍາມຂອງລັດຖະບານ ເພື່ອກ້າວໄປສູ່ການເຕີບໂຕແບບຍືນຍົງ ແລະ ພັນທະສັນຍາໃນ
ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (GHG). ພ້ອມກັນນັ້ນ, ຍັງໄດສະໜອງລາຍລະອຽດກົນໄກນະໂຍບາຍ ທີ່ສາມາດນໍາ
ໄປຈັດຕັ້ງປະຕິບັດການຢຸດເຊົາການນໍາໃຊ້ ICEV ຢ່າງມີປະສິດທິພາບ ແລະ ເພື່ອໃຫ້ບັນລຸເປົ້າໝາຍຍານພາຫະນະໄຟຟ້າ ສໍາລັບປີ
2030 ແລະ ເປົ້າໝາຍການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນພາຍໃນປີ 2050. ນອກນັ້ນ, ຍັງໃຫ້ລາຍລະອຽດ
ຜົນໄດ້ຮັບຂອງມາດຕະການນະໂຍບາຍໃນການຫຼຸດຜ່ອນການປ່ອຍ GHG ແລະ ການປ່ອຍມົນລະພິດທາງອາກາດ.
Thematic Areas
Tags
Country