ບົດປະເມີນຊ່ອງຫວ່າງດ້ານນິຕິກໍາຂອງຕະຫຼາດຮຸ້ນກູ້ເພື່ອກຳນົດເຄື່ອງມືທາງການເງິນທີ່ຍືນຍົງໃນ ສປປ ລາວ ພ້ອມທັງສະເໜີບາງຄໍາແນະນໍາເພື່ອແກ້ໄຂຊ່ອງຫວ່າງດັ່ງກ່າວ
January 5, 2026
Category
ບົດປະເມີນສະບັບນີ້ແມ່ນສຶກສາເຖິງຊ່ອງຫວ່າງດ້ານນິຕິກໍາຂອງຕະຫຼາດຮຸ້ນກູ້ໃນ ສປປ ລາວ ທີ່ເປັນອຸປະສັກໃຫ້ແກ່ການນໍາໃຊ້ເຄື່ອງມືທາງການເງິນທີ່ຍືນຍົງຢ່າງມີປະສິດທິພາບ. ການເງິນທີ່ຍືນຍົງແມ່ນການລວມເອົາບັນດາຫຼັກການດ້ານສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງບໍລິຫານ (Environment, Social and Governance: ESG) ເພື່ອປະກອບເຂົ້າໃນການຕັດສິນໃຈລົງທຶນ, ເປັນຕົວແປສໍາຄັນໃນການຂັບເຄື່ອນເສດຖະກິດ ແລະ ການລົງທຶນດ້ ານສິ່ງແວດລ້ ອມແບບຍືນຍົງ. ເຖິງຢ່ າງໃດກໍ່ຕາມ, ການນໍາໃຊ້ເຄື່ອງມືດັ່ງກ່າວເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃນ ສປປ ລາວ ຍັງມີຂໍ້ຈຳກັດຫຼາຍດ້ານເປັນຕົ້ນແມ່ນຄວາມທ້າທາຍໃນການນໍາໃຊ້ນິຕິກໍາຕ່າງໆ. ບົດປະເມີນສະບັບນີ້ໄດ້ລົງເລິກນໍາໃຊ້ວິທີການວິເຄາະຊ່ອງຫວ່າງຫຼາຍຮູບແບບດ້ວຍວິທີການປະສົມປະສານຂອງຂໍ້ມູນທີ່ໄດ້ຈາກການສໍາພາດຜູ້ມີສ່ວນຮ່ວມ ແລະ ຂໍ້ມູນຈາກການວິເຄາະນິຕິກໍາທີ່ມີຢູ່ໃນປະຈຸບັນ. ຈາກການວິເຄາະເຫັນວ່ານິຕິກໍາບາງສະບັບຕ້ອງໄດ້ຮີບຮ້ອນປັບປຸງເປັນຕົ້ນ ລະບຽບທີ່ຕິດພັນກັບການເປີດເຜີຍຂໍ້ມູນດ້ານສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງບໍລິຫານທີ່ຍັງບໍ່ທັນມີໃນປະຈຸບັນ, ການຂາດນະໂຍບາຍຊຸ ກຍູ້ຕໍ່ການລົງທຶນໃສ່ສີຂຽວ ແລະ ການຮ່ວມມືກັບບັນດາກະຊວງຕ່າງໆ ເພື່ອຈັດຕັ້ງປະຕິບັດນິຕິກໍາທີ່ກ່ຽວຂ້ອງຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ.
ເມື່ອສົມທຽບໃສ່ບົດຮຽນຂອງສາກົນແລ້ວ, ສປປ ລາວ ແມ່ນມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງໄດ້ປັບປຸງນິຕິກໍາກ່ຽວກັບການເງິນທີ່ຍືນຍົງທີ່ຕິດພັນກັບສິ່ງແວດລ້ອມ. ຜົນຂອງການປະເມີນສະບັບນີ້, ໄດ້ສະແດງໃຫ້ເຫັນເຖິງບາງຈຸດທີ່ມີຂໍ້ບົກພ່ອງ ຕ້ອງໄດ້ຮັບການແກ້ໄຂ ແລະ ກໍານົດວິທີການຈັດຕັ້ງປະຕິບັດເພື່ອໃຫ້ແທດເໝາະກັບສະພາບຕົວຈິງຂອງປະເທດ. ອີງຕາມການວິເຄາະແບບລົງເລິກ, ບົດປະເມີນສະບັບນີ້, ໄດ້ແນະນໍາໃຫ້ມີການປະຕິຮູບດ້ານນິຕິກໍາ ແລະ ກຳນົດແຜນຍຸດທະສາດສະເພາະເພື່ອສົ່ງເສີມການນຳໃຊ້ເຄື່ອງມືທາງການເງິນທີ່ຍືນ ຍົງ.ຄໍາແນະນໍາທີ່ສໍາຄັນປະກອບມີ: ການສ້ າງ/ພັດທະນານະໂຍບາຍຊຸກຍູ້ທີ່ເປັນເອກະພາບກັນ, ການມີສ່ວນຮ່ວມຢ່າງເອົາໃຈໃສ່ຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ແນວຄິດລິເລີ່ມສົ່ງເສີມຄວາມອາດສາມາດໃຫ້ສອດຄ່ອງກັບເປົ້າໝາຍ. ມາດຕະການເຫຼົ່ານີ້, ໄດ້ກຳນົດຂຶ້ນມາເພື່ອສະໜັບສະໜູນຕະຫຼາດຮຸ້ນກູ້ໃຫ້ມີຄວາມເຂັ້ມແຂງຫຼາຍຂຶ້ນເຊິ່ງຈະສາມາດພັກດັນເປົ້າໝາຍການພັດທະນາທີ່ຍືນຍົງ ແລະ ສົ່ງເສີມຄວາມສະຖຽນລະພາບທາງເສດຖະກິດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງ ສປປ ລາວ ແລະ ໃນອານາຄົດ.
Thematic Areas
Tags
Country